ກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2024 ນີ້ຢູ່ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ນັນຕະໄຊ ອິນທະສອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຂົ້າຮ່ວມມີສະຫາຍ ວົງພະຈັນ ສູນທະລາ ຫົວໜ້າຫ້ອງການກວດກາພັກ-ລັດແຂວງ, ມີຮອງເລຂາຄະຄະພັກຮາກຖານ, ມີຄະນະພັກ, ຄະນະພະແນກ, ຕະຫຼອດເຖິງບັນດາສະມາຊິກພັກພາຍໃນຮາກຖານພະແນກສຶກສາທິການ ແລະ ກິລາແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ບັນດາສະມາຊິກພັກທີ່ໄດ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຮັບຟັງເອກະສານຄໍາສັ່ງແນະນໍາຂອງຄະນະກວດກາສູນກາງພັກເລກທີ 258 / ຄກສພ, ລົງວັນທີ 15 / 09 /2023, ເອກະສານສະຫຼຸບການເຄື່ອນໄຫວວຽກງານກວດກາປະເມີນຜົນ ແລະ ປະກັນຄຸນນະພາບປະຈໍາສົກຮຽນ 2023-2024, ບົດລາຍງານຫຍໍ້ການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່ານມາ ແລະ ທິດທາງແຜນການຈຸດສຸມປີ 2024 ສະບັບເລກທີ 148/ຄກສພ, ລົງວັນທີ 14 ເມສາ 2024, ຄໍາສັ່ງແນະນໍາຂອງອົງການກວດກາລັດເລກທີ 331/ອກຫລ, ລົງວັນທີ 03 / 10 / 2023, ຄໍາສັ່ງແນະນໍາຂອງຄະນະກວດກາສູນກາງພັກເລກທີ 379 /ຄກສພ, ລົງວັນທີ 07/11/2023 ແລະ ຄໍາສັ່ງແນະນໍາຂອງເລຂາທິການສູນກາງພັກເລກທີ 169/ຄລສພ, ລົງວັນທີ 15 / 08 / 2023.
ຈຸດປະສົງກອງປະຊຸມກໍ່ເພື່ອແນໃສ່ໃນການຕີລາຄາໝາກຜົນຂອງການນໍາພາລວມຂອງຄະນະພັກກໍ່ຄືການປະຕິບັດໜ້າທີ່ການເມືອງ ແລະ ການຝຶກຝົນຕົນເອງຂອງບຸກຄົນກໍາມະການຄະນະພັກ ແລະ ສະມາຊິກພັກແຕ່ລະສະຫາຍໂດຍໄຈ້ແຍກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີອັນດີ, ອັນອ່ອນພ້ອມທັງສາມາດຖອດບົດຮຽນໃນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຂອງລວມໝູ່ ແລະ ຂອງບຸກຄົນໃນຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍຕະຫຼອດໄລຍະ 5 ປີຜ່ານມາ. ເພື່ອສືບຕໍ່ຜັນຂະຫຍາຍຜົນຂອງການດໍາເນີນຊີວິດການເມືອງກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນໃນປີ 2023 ໂດຍສຸມໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ຂອງການຈັດຕັ້ງ, ບຸກຄົນໃນຄະນະພັກ ແລະ ສະມາຊິກພັກແນໃສ່ປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ຮັບປະກັນການນໍາພາທີ່ເຂັ້ມແຂງ,ເອກະພາບ ແລະ ມີປະສິດທິຜົນໃນການແກ້ໄຂບັນຫາຕົວຈິງຢູ່ໃນແຕ່ລະຂັ້ນ,ແຕ່ລະປອນ. ສ້າງການຫັນປ່ຽນອັນເລິກເຊິ່ງໃນການຕີລາຄາ ແລະ ແບ່ງປະເພດຄຸນນະພາບຂອງການຈັດຕັ້ງພັກ, ບຸກຄົນຄະນະພັກ ແລະ ສະມາຊິກພັກ ໂດຍສ່ອງແສງຢ່າງຖືກຕ້ອງ ແລະ ສອດຄ່ອງກັບປະສິດທິຜົນ ແລະ ການຫັນປ່ຽນໃນວຽກງານຕົວຈິງ, ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ທີ່ດີເດັ່ນປະກອບເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ໃຫ້ໄດ້ຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກກໍ່ຄືມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 030/ກມສພ ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ ຄລສພ.
ຜ່ານການດໍາເນີນຊີວິດການເມືອງໃນຄັ້ງນີ້ໃຫ້ສາມາດສ້າງພື້ນຖານ ແລະ ປັດໄຈໃໝ່ໃຫ້ການຈັດຕັ້ງພັກ, ຄະນະພັກ ແລະ ສະມາຊິກພັກມີການຫັນປ່ຽນຢ່າງຕັ້ງໜ້າດ້ານເນື້ອໃນ ແລະ ແບບແຜນການນໍາພາ, ມີຄວາມສາ ມັກຄີເປັນເອກະພາບ, ຄວາມເປັນເຈົ້າການຕັ້ງໜ້າບຸກບືນເຮັດແທ້ທໍາຈິງ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍໃນການຄົ້ນຄວ້າ, ແກ້ໄຂບັນຫາຕ່າງໆຢູ່ຂະໜງການ ແລະ ທ້ອງຖິ່ນຂອງຕົນ.
![]() |
![]() |
![]() |
![]() |
![]() |
#https://www.khammouanenews.com/ #medialaos #ຂ່າວແຂວງຄໍາມ່ວນ
ພາບ : ສຸກຕາ ແສງສຸລິວົງ