ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ 2021-2025 ( SPL )

ປະຈໍາເດືອນ 06 ເດືອນຕົ້ນປີ ແລະ ແຜນຈັດຕັ້ງປະຕິບັດ 06 ເດືອນທ້າຍປີ 2024 ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2024 ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ . ໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ມີທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ,ບັນດາທ່ານຮອງເຈົ້າເມືອງ , ບັນດາທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາຈາກ 05 ເມືອງເປົ້າໝາຍຂອງສອງແຂວງຄໍາມ່ວນ , ສະຫວັນນະເຂດ , ຕະຫຼອດເຖິງຜູ້ປະສານງານໂຄງການຈາກຂັ້ນແຂວງ , ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
ກອງປະຊຸມແມ່ນໄດ້ກ່າວຈຸດປະສົງ ແລະ ປະທານໄດ້ມີຄໍາເຫັນກ່າວເປີດເຊິ່ງບາງຕອນສໍາຄັນທ່ານໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາລວມເຖິງບັນຫາສິ່ງທ້າທາຍຕ່າງໆທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງ,ແກ້ໄຂໃນຕໍ່ໜ້າ .

2
ຈາກນັ້ນຕາງໜ້າຜູ້ປະສານງານໂຄງການຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ( ສກມ ) ຈໍານວນ 05 ເມືອງສອງແຂວງທີ່ຂຶ້ນກັບເປົ້າໝາຍຂອງໂຄງການແມ່ນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໃນໄລຍະ 06 ເດືອນຜ່ານມາຕະຫຼອດເຖິງຂໍ້ສະດວກ,ຂໍ້ຄົງຄ້າງ,ສິ່ງທ້າທາຍ,ບົດຮຽນທີ່ຖອດຖອນໄດ້ ,ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດເພື່ອຄວາມຍືນຍົງໃນຕໍ່ໜ້າ . ໂຄງການອາຫານທ່ຽງໃນໂຮງຮຽນທີ່ໄດ້ຈັດຕັ້ງປະຕິບັດໃນປີ 2021 – 2025 ລວມໄລຍະເວລາ 05 ປີຢູ່ແຂວງຄໍາມ່ວນປະກອບມີ 04 ເມືອງຄື : ມະຫາໄຊ,ຍົມມະລາດ,ບົວລະພາ ແລະ ໄຊບົວທອງ , ສໍາລັບແຂວງສະຫວັນນະເຂດມີ 01 ເມືອງຄື : ເມືອງຊົນນະບູລີ . ໂຄງການອາຫານທ່ຽງໃນໂຮງຮຽນແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງກະສິກໍາປະເທດສະຫະລັດ ອາເມຣິກາ ໂດຍຜ່ານອົງການອາຫານໂລກປະຈໍາລາວ ເຊິ່ງກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ອົງການບັນເທົາທຸກກາໂຕລິກ (CRS ) ປະຈໍາ ສປປ ລາວ ເປັນຄູ່ຮ່ວມງານຫຼັກໃນການຈັດຕັ້ງປະຕິບັດໃນງົບປະມານໂຄງການລວມທັງໝົດແມ່ນ 6,405,333 ໂດລາສະຫະລັດ ໂດຍສຸມໃສ່ 03 ກິດຈະກໍາຫຼັກຄື : ກິດຈະກໍາສົ່ງເສີມການອ່ານອອກຂຽນເປັນ , ການສະໜອງອາຫານໃນໂຮງຮຽນ ແລະ ກິດຈະກໍາດ້ານນໍ້າ,ສຸຂະອະນາໄມ ແລະ ສຸຂາພິບານ ທັງນີ້ໂດຍສຸມໃສ່ໂຮງຮຽນປະຖົມ ແລະ ຫ້ອງກຽມ-ອະນຸບານ .

3
ທ່ານ ນາງ ບຸນມີ ເຄນສອນມາ ຜູ້ຈັດການໂຄງການອາຫານທ່ຽງໃນໂຮງຮຽນ 2021 – 2025 ປະຈໍາແຂວງຄໍາມ່ວນໄດ້ລາຍງານຄວາມຄືບໜ້າກິດຈະກໍາໂຄງການອາຫານທ່ຽງ 06 ເດືອນຕົ້ນປີ 2024 ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ . ເຊິ່ິງໃນນັ້ນໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງແຕ່ລະກິດຈະກໍາຈາກຈໍານວນທັງໝົດ 03 ກິດຈະກໍາເປັນຕົ້ນກິດຈະກໍາສົ່ງເສີມການຮຽນຮູ້ໜັງສືເຊິ່ງໄດ້ຈັດຕັ້ງກິດຈະກໍາການກະກຽມຄວາມພ້ອມກ່ອນເຂົ້າ ປ.1 ໄລຍະທົດລອງ 12 ອາທິດໃນ 90 ບ້ານເປົ້າໝາຍຂອງໂຄງການເຊິ່ງມີນັກຮຽນໃນເກນອາຍຸຈະເຂົ້າຮຽນຂັ້ນ ປ.1 ຈໍານວນ 1,115 ຄົນ ແລະ ນອກເກນເປົ້າໝາຍ 130 ຄົນ , ການຝຶກອົບຮົມຄູ ແລະ ການຝຶກອົບຮົມຜູ້ບໍລິຫານໂຮງຮຽນເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 38 ທ່ານ,ຍິງ 15 ທ່ານ , ການຕິດຕາມຊຸກຍູ້ຊ່ວຍເຫຼືອຄູສອນ,ຜອ ແລະ ຊຸກຍູ້ການນໍາໃຊ້ຫ້ອງອ່ານທັງນີ້ເພື່ອປັບປຸງການຮຽນວິຊາພາສາລາວຂັ້ນ ປ.1 ແລະ ປ.2 ແລະ ການບໍລິການຢືມສົ່ງປຶ້ມນິທານ , ການເຮັດສວນຄົວຂອງໂຮງຮຽນເຊິ່ງທາງໂຄງການ ແລະ ຄູ່ຮ່ວມງານຂັ້ນເມືອງໄດ້ລົງຕິດຕາມຊຸກຍູ້ນໍາພາຊຸມຊົນເຮັດຮົ້ວສວນຂອງໂຮງຮຽນສໍາເລັດຈໍານວນ 248 ໂຮງຮຽນ ແລະ ໄດ້ປູກພືດສວນຄົວໃຫ້ມີຄວາມຫຼາກຫຼາຍສໍາເລັດໃນຈໍານວນ 179 ໂຮງຮຽນເປົ້າໝາຍ ແລະ ບໍ່ມີການປູກຜັກ 69 ໂຮງຮຽນ ( ຍ້ອນວ່າບໍ່ມີນໍ້າສະໜອງເຂົ້າໃນສວນຜັກໂຮງຮຽນໃນຊ່ວງລະດູແລ້ງ,ບາງໂຮງຮຽນຍັງຂາດແນວພັກຜັກ ) . ດ້ານການປະກອບສ່ວນຂອງຊຸມຊົນເປົ້າໝາຍເປັນຕົ້ນແມ່ນກໍ່ເຕົາດັງໄຟໄວ້ໃຊ້ໃນເຮືອນຄົວຈັດຕັ້ງປະຕິບັດສໍາເລັດໃນຈໍານວນ 169 ໂຮງຮຽນ, ກິດຈະກໍາລ້ຽງໄກ່ ແລະ ປາຈັດຕັ້ງປະຕິບັດໄດ້ສໍາເລັດໃນຈໍານວນ 21 ໂຮງຮຽນ . ວຽກນໍ້າ,ສຸຂະອະນາໄມ ແລະ ສຸຂາພິບານເປັນຕົ້ນແມ່ນກິດຈະກໍາການກໍ່ສ້າງ ແລະ ສ້ອມແປງລະບົບນໍ້າໃຫ້ຊຸມຊົນ ໄດ້ເລີ້ມການຂຸດເຈາະນໍ້າບາດານເຊິ່ງມີເປົ້າໝາຍທັງໝົດ 59 ແຫ່ງ ,ເຈາະນໍ້າບາດານໄດ້ທັງໝົດ 56 ແຫ່ງ ແລະ ມີ 03 ໂຮງຮຽນທີ່ບໍ່ສາມາດເຈາະໄດ້, ກິດຈະກໍາການສົ່ງເສີມສຸຂະອະນາໄມໄດ້ສໍາເລັດການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຂະພາບທີ່ດີລວມທັງໝົດ 59 ໂຮງຮຽນ . ໃນນັ້ນປະກອບມີ 04 ເມືອງເປົ້າໝາຍຂອງແຂວງຄໍາມ່ວນຄື : ເມືອງຍົມມະລາດ 16 ໂຮງຮຽນ , ມະຫາໄຊ 05 ໂຮງຮຽນ , ໄຊບົວທອງ 17 ໂຮງຮຽນ , ບົວລະພາ 17 ໂຮງຮຽນ ແລະ ສໍາລັບແຂວງສະຫວັນນະເຂດ ເມືອງຊົນນະບູລີມີ 04 ໂຮງຮຽນເຊິ່ງໃນລະຫວ່າງວັນທີ 09 – 20 ກັນຍາ 2024 ໄດ້ມີພິທີມອບໂອນທັງ 05 ເມືອງ .

4
ນອກຈາກນັ້ນຍັງໄດ້ຮັບຟັງບົດສະຫຼຸບການປະຕິບັດໂຄງການໃນຈໍານວນ 05 ເມືອງເປົ້າໝາຍຂອງໂຄງການຈາກຜູ້ປະສານງານໂຄງການຂອງແຕ່ລະເມືອງຄື : ເມືອງມະຫາໄຊໂຮງຮຽນທີ່ໄດ້ຮັບໂຄງການອາຫານທ່ຽງໃນໂຮງຮຽນຈໍານວນ 35 ໂຮງຮຽນເປົ້າໝາຍ , ກວມເອົາ 50.72 % ຂອງໂຮງຮຽນປະຖົມທົ່ວເມືອງ , ມີຈໍານວນນັກຮຽນທີ່ໄດ້ຮັບຜົນປະໂຫຍດທັງໝົດ 2,574 ຄົນ,ຍິງ 1,246 ຄົນ , ມີຄູສອນ 101 ຄົນ , ຍິງ 39 ຄົນ . ເມືອງບົວລະພາໂຮງຮຽນທີ່ໄດ້ຮັບໂຄງການອາຫານທ່ຽງໃນໂຮງຮຽນຈໍານວນ 77 ໂຮງຮຽນເປົ້າໝາຍ , ມີຈໍານວນນັກຮຽນທີ່ໄດ້ຮັບຜົນປະໂຫຍດທັງໝົດ 4,788 ຄົນ,ຍິງ 2,336 ຄົນ , ມີຄູສອນ 124 ຄົນ , ຍິງ 47 ຄົນ . ເມືອງໄຊບົວທອງໂຮງຮຽນທີ່ໄດ້ຮັບໂຄງການອາຫານທ່ຽງໃນໂຮງຮຽນຈໍານວນ 30 ໂຮງຮຽນເປົ້າໝາຍ,ມີຈໍານວນນັກຮຽນທີ່ໄດ້ຮັບຜົນປະໂຫຍດທັງໝົດ 1,907 ຄົນ,ຍິງ 992 ຄົນ , ມີຄູສອນ 76 ຄົນ , ຍິງ 18 ຄົນ . ເມືອງຊົນນະບູລີ ແຂວງສະຫວັນນະເຂດໄດ້ຮັບໂຄງການອາຫານທ່ຽງໃນໂຮງຮຽນຈໍານວນ 72 ໂຮງຮຽນເປົ້າໝາຍ , ມີຈໍານວນນັກຮຽນທີ່ໄດ້ຮັບຜົນປະໂຫຍດລວມ 8,088 ຄົນ,ຍິງ 4,077 ຄົນ , ມີຄອນສອນທັງໝົດ 248 ຄົນ,ຍິງ 165 ຄົນ .
ຕອນທ້າຍຂອງກອງປະຊຸມຍັງໄດ້ມີການສົນທະນາປະກອບຄໍາຄິດເຫັນຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມທັງນີ້ເພື່ອເປັນການຄົ້ນຄວ້າ,ປຶກສາຫາລື , ປັບປຸງ , ແກ້ໄຂວຽກງານໃນໄລຍະທ້າຍປີ 2024 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ເພື່ອເຮັດໃຫ້ກິດຈະກໍາດັ່ງກ່າວມີຄວາມຍືນຍົງ .

 5  6  7
 8  9  10


#https://www.khammouanenews.com/ #medialaos #ຂ່າວແຂວງຄໍາມ່ວນ