ໃນວັນທີ 4 ກັນຍາ 2024 ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຂົ້າຮ່ວມມີບັນດາຄະນະພະແນກ, ຕະຫຼອດເຖິງພະນັກງານພາຍໃນພະແນກເຂົ້າຮ່ວມ.
ການຈັດຕັ້ງເຜີຍແຜ່ນິຕິກໍາລຸ່ມກົດໝາຍເພື່ອເຊື່ມຊຶມ ແລະ ກຳໄດ້ເນື້ອໃນຈິດໃຈຂອງບັນດາກົດໝາຍ ແລະ ນິຕິກຳດັ່ງກ່າວ ເພື່ອເປັນບ່ອນອີງ ແລະ ໜູນໃຊ້ເຂົ້າໃນວຽກງານ ພ້ອມທັງນຳໄປເຜີຍແຜ່ໃຫ້ບັນດາພະນັກງານຂອງບັນດາຫ້ອງການ ແລະ ປະຊາຊົນ ຮັບປະກັນເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດທີ່ວາງອອກໃນແຕ່ລະໄລຍະ ປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງົບ, ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄດ້ຕາມແຜນການ. ໃນໂອກາດດຽວກັນທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກ ສກຂ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ແລະ ວັນຍຶດອໍານາດ ຄົບຮອບ 49 ປີ (23 ສິງຫາ 1945/1975- 23 ສິງຫາ 2024).
ໃນພີທິ ທ່ານ ສີສົມພອນ ສິງຫາລາດ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍຕົກລົງຂອງພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍແຕ່ງຕັ້ງຫົວໜ້າ ແລະ ຮອງຂະແໜງ 11 ທ່ານຄື: ທ່ານ ວຽງສະຫວັນ ປ່ຽງມາລາ ວິຊາການ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ, ທ່ານ ນ ສຸກສະໄໝ ໄຊຄໍາຜັນ ວິຊາການ ເປັນຮອງຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຮ່ວມມືກັບຕ່າງປະເທດ, ທ່ານ ດວງພະໄທ ໄຊຄໍາຜັນ ວິຊາການ ເປັນຮອງຫົວໜ້າຂະແໜງສາມັນສຶກສາ, ທ່ານ ນ ມະຍຸລີ ຂຸນຍຸລາດ ວິຊາການເປັນຮອງຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ທ່ານ ນ ສົມຈັນ ເພັດສະຫວັນ ວິຊາການ ເປັນຮອງຫົວໜ້າຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ທ່ານ ເກິ່ງແກ້ວ ໄຊຍະແສງ ວິຊາການ ເປັນຮອງຫົວໜ້າສູນການສຶກສານອກໂຮງຮຽນ, ທ່ານ ດາລີວັນ ໄຊຍະເກດ ຮອງຫົວໜ້າຂະແໜງ ເປັນຫົວໜ້າຂະແໜງສາມັນສຶກສາ, ທ່ານ ນ ສຸກວິໄລ ພະຄໍາໄຊ ຮອງຫົວໜ້າຂະແໜງ ເປັນຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ການຮ່ວມມືກັບຕ່າງປະເທດ, ທ່ານ ນ ອຸໄລວັນ ແສງສຸວັນນຸຮັກ ຮອງຫົວໜ້າຂະແໜງ ເປັນຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ທ່ານ ນ ບາງອອນ ສຸກສາບັນ ຮອງຫົວໜ້າສູນ ເປັນຫົວໜ້າສູນການສຶກສານອກໂຮງຮຽນ ແລະ ທ່ານ ພອນພິລົມ ມະນີວັນ ຫົວໜ້າຂະແໜງສາມັນສຶກສາ ຍົກຍ້າຍມາເປັນຫົວໜ້າຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ.
ໂອກາດດັ່ງກ່າວ ປະທານກອງປະຊຸມກໍ່ໄດ້ກ່າວມີຄໍາເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ມອບໝາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອເຮັດໃຫ້ກົມກອງຍາດໄດ້ຜົນງານທີ່ໃຫຍ່ຫຼວງກວ່າເກົ່າ.

 3  4 5