ການແຂ່ງຂັນກິລາບານເຕະມິດຕະພາບ ລາວ-ໄທ ລະຫວ່າງທີມ ແກ້ວສີໄຄ ອໍສະຕາ ພົບກັບ ທີມ ສິງ ອໍສະຕາ ແຫ່ງຣາຊະອານາຈັກໄທໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ກໍລະກົດ 2024 ຢູ່ທີ່ສະໜາມກິລາແຂວງຄໍາມ່ວນໂດຍການໃຫ້ກຽດເຂົ້າຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນມີ ພີມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ປະທານກິດຕິມະສັກໃນການຈັດການແຂ່ງຂັນກິລາມິດຕະພາບ ,ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ປະທານສະມາຄົມ,ສະຫະພັນກິລາກາຍະກໍາແຂວງ ຄະນະປະທານກິດຕິມະສັກໃນການຈັດການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ,ທ່ານ ປິຕິ ພິລົມພັກດີ ຮອງກໍາມະການຜູ້ຈັດການໃຫຍ່ ບໍລິສັດ ບຸນລອດບິວເວີລີ້ ຈໍາກັດ , ທ່ານ ແກ້ວສີໄຄ ວົງປະເສີດ ປະທານກຸ່ມບໍລິສັດແກ້ວຫັດຖະກໍາ ແລະ ເຄື່ອງທີ່ລະນຶກ ຈໍາກັດ ຜູ້ດຽວໃຫ້ການອຸປະຖໍາຫຼັກ ແລະ ເປັນຜູ້ປະສານງານ ແລະ ທັງເປັນຮອງປະທານຈັດງານ ,ທ່ານ ສົມຊາຍ ເຂັມກັດ ຕົວແທນທີມນັກກິລາບານເຕະ ສິງອໍສະຕາ,ມີບັນດາຕົວແທນບໍລິສັດຫ້າງຮ້ານທີ່ໃຫ້ການອຸປະຖໍາ,ຄະນະຮັບຜິດຊອບຈັດການແຂ່ງຂັນ,ຄະນະນໍາ,ຄູຝຶກ,ນັກກິລາທັງສອງຝ່າຍ,ແຂກຖືກເຊີນຕະຫຼອດເຖິງກອງເຊຍພາຍໃນແຂວງ ແລະ ແຂວງໃກ້ຄຽງເຂົ້າຮ່ວມເປັນຈໍານວນຫຼາຍ .
ທ່ານ ປອ. ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນກໍ່ໄດ້ກ່າວຈຸດປະສົງ ແລະ ລາຍງານຄວາມພ້ອມຂອງການຈັດງານ ເຊິ່ງໃນການແຂ່ງຂັນກິລາໃນຄັ້ງນີ້ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານຮອງເຈົ້າແຂວງໆຄຳມ່ວນ ສະບັບເລກທີ 184/ຈຂ, ລົງວັນທີ 18 ກໍລະກົດ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມຈັດການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງທີມ ແກ້ວສີໄຄ ອໍສະຕາ ພົບກັບ ທີມ ສິງ ອໍສະຕາແຫ່ງຣາຊາອານາຈັກໄທ ເຊີ່ງເປັນຄັ້ງປະຫວັດສາດ ແລະ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງທີ່ບໍ່ເຄີຍມີມາກ່ອນ ແລະ ພາກພູມໃຈທີ່ຊາວແຂວງຄໍາມ່ວນໄດ້ຮັບຕ້ອນທີມ ສິງ ອໍສະຕາ ແຫ່ງຣາຊາອານາຈັກໄທ ເຊິ່ງເປັນທີມນັກເຕະລວມດາຣາເຊັ່ນ : ນັກຮ້ອງ,ນັກສະແດງ,ນັກມວຍ,ນັກກິລາທີມຊາດທີ່ມີຊື່ສຽງໂດງດັງຂອງຣາຊາອານາຈັກໄທ ແລະ ພິເສດຍັງໄດ້ຮັບຕ້ອນນັກທຸລະກິດບັນດາທ່ານຜູ້ສໍາຄັນຂອງຣາຊະນາຈັກໄທເຂົ້າຮ່ວມງານກິລາດັ່ງກ່າວທັງນີ້ກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວ-ກິລາ ແລະ ເພື່ອການກຸສົນຊອກຫາແຫຼ່ງທຶນຊື້ອຸປະກອນການແພດທີ່ຍັງຂາດເຂີນທີ່ຢູ່ເຂດຫ່າງໄກຊອກຫຼີກ . ຈາກນັ້ນຕາງໜ້າບໍລິສັດ ບຸນລອດບິວເວີລີ້ ຈໍາກັດ ແລະ ຕົວແທນທີມນັກເຕະສິງອໍສະຕາກໍ່ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກຕໍ່ພິທີ . ຫຼັງຈາກນັ້ນທ່ານ ບຸນມີ ພີມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ປະທານກິດຕິມະສັກໃນການຈັດການແຂ່ງຂັນກິລາມິດຕະພາບກໍ່ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ . ເຊິ່ງກ່ອນຈະລົງສູ່ສະໜາມແຂ່ງຂັນທີມນັກເຕະສິງອໍສະຕາກໍ່ໄດ້ມອບອຸປະກອນກິລາຈໍານວນໜຶ່ງເພື່ອເປັນທີ່ລະນຶກໃຫ້ແກ່ແຂວງຄໍາມ່ວນ ຈາກນັ້ນຄະນະນັກກິລາເຕະບານທັງສອງຝ່າຍກໍ່ໄດ້ສໍາຜັດມືກັນ ແລະ ໄດ້ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ ໂດຍການແຂ່ງຂັນໄດ້ໃຊ້ເວລາ 90 ນາທີເຊິ່ງໃນຊ່ວງເວລາພັກການແຂ່ງຂັນແຕ່ລະຄັ້ງແມ່ນຈະໄດ້ຮັບຊົມ - ຮັບຟັງການຮ້ອງເພງຂັ້ນລາຍການ,ການມອບເງິນອຸປະຖໍາຈາກພາກສ່ວນບໍລິສັດຕ່າງໆຈົນສິ້ນສຸດດ້ວຍການເຕະເປນັນຕີຝ່າຍລະ 10 ທ່ານ ແລະ ມອບຂັນລາງວັນໃຫ້ທີມທີ່ຊະນະການແຂ່ງຂັນເປັນອັນວ່າສໍາເລັດພິທີ . ໃນການແຂ່ງຂັນບານເຕະມິດຕະພາບລາວ-ໄທໃນຄັ້ງນີ້ມັນໄດ້ສ່ອງແສງໃຫ້ເຫັນຄວາມສາມັກຄີຮັກແພງ , ຄວາມມີນໍ້າໃຈນັກກິລາ , ຮູ້ແພ້-ຮູ້ຊະນະ , ເປັນການຮັດແໜ້ນຄວາມຜູກພັນໄມຕີຈິດມິດຕະພາບ , ນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຖານປະເທດບ້ານໃກ້ເຮືອນຄຽງ . ໃນຕອນຄໍ່າຄືນຂອງວັນດຽວກັນກໍ່ໄດ້ສືບຕໍ່ມອບ-ຮັບເງິນອຸປະຖໍາ ແລະ ໃບຍ້ອງຍໍລະຫວ່າງອົງການປົກຄອງແຂວງ ແລະ ພາກສ່ວນບໍລິສັດຕ່າງໆທີ່ໄດ້ໃຫ້ການອຸປະຖໍາໃນຄັ້ງນີ້ຕື່ມອີກ

 2  1 3 
 4  5  6


#https://www.khammouanenews.com/ #medialaos #ຂ່າວແຂວງຄໍາມ່ວນ
ພາບ : ສຸກຕາ ແສງສຸລິວົງ