ກອງປະຊຸມ ປະເມີນທ້າຍກິດຈະກໍາ ແລະ ປິດກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນຂອງມູນນິທິ WORLDS LINK ທີ່ນອນໃນ 02 ຕົວເມືອງ ແລະ 3 ໂຮງຮຽນອະນຸບານ - ປະຖົມຂອງແຂວງຄໍາມ່ວນຄື : ເມືອງທ່າແຂກມີໂຮງຮຽນອະນຸບານ-ປະຖົມບ້ານເລົ່າງົວ , ເມືອງໜອງບົກມີໂຮງຮຽນອະນຸບານ - ປະຖົມບ້ານໜອງຜໍາ ແລະ ໂຮງຮຽນອະນຸບານ-ປະຖົມບ້ານໂຄກກ່ອງ . ໂດຍການເປັນປະທານຂອງທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດ , ເຂົ້າຮ່ວມມີທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ທ່ານ ນາງ ຄໍາສະຫວາງ ຈັນທະໄລ ຜູ້ປະສານງານໂຄງການ , ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ , ຕາງໜ້າການນໍາເມືອງທ່າແຂກ , ໜອງບົກ , ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ,ຂະແໜງການກ່ຽວ ຂ້ອງ ຕະຫຼອດເຖິງຜູ້ອໍານວຍການ,ຄູສອນໂຮງຮຽນອະນຸບານ-ປະຖົມເປົ້າໝາຍເຂົ້າຮ່ວມ.
ທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດກໍ່ໄດ້ມີຄໍາເຫັນກ່າວກ່ຽວກັບຈຸດປະສົງຂອງໂຄງການ ແລະ ກ່າວໄຂກອງປະຊຸມຢ່າງເປັນທາງການ. ຈາກນັ້ນທ່ານ ນາງ ຄໍາສະຫວາງ ຈັນທະໄລ ຜູ້ປະສານງານໂຄງການກໍ່ໄດ້ລາຍງານເຫດຜົນ ແລະ ຄວາມເປັນມາຂອງໂຄງການເຊິ່ງທ່ານໄດ້ກ່າວວ່າ : ໃນປີ 2022 ອົງການອາຫານໄດ້ລາຍງານໃຫ້ຮູ້ ການເຕີບໂຕຂອງເດັກນ້ອຍລາວອາຍຸລຸ່ 05 ປີ ປະມານ 33 % ມີການຈະເລີນເຕີບໂຕຊ້າກວ່າເກນ ແລະ ຍັງໄດ້ພົບອີກວ່າເດັກນ້ອຍ 1 ສ່ວນ 3 ມີຄວາມຈໍາກັດເຂົ້າເຖິງອາຫານທີ່ພຽງພໍ . ນອກຈາກນີ້ ໃນປີ 2023 ອົງການອາຫານໂລກປະຈໍາລາວ ໄດ້ຂຽນລາຍງານຕື່ມອີກວ່າ ສປປ ລາວ ໄດ້ປະເຊີນໜ້າກັບບັນຫາເສດຖະກິດ - ສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ , ປະກອບກັບການຟື້ນຟູຈາກຜົນກະທົບທາງສັງຄົມ ແລະ ການລະບາດຂອງພະຍາດ COVID-19 , ສະພາບເສດຖະກິດມະຫາພາກຂອງປະເທດໄດ້ເສື່ອມໂຊມລົງທ່າມກາງບັນຫາອາຫານ , ນໍ້າມັນ , ການເງິນ ແລະ ປຸ໋ຍ ໃນທົ່ວໂລກເຊິ່ງພາໃຫ້ມີເງິນເຟີ້ສູງຂຶ້ນ , ການເສື່ອມໂຊມຂອງເງິນຕາ ແລະ ມີລາຍໄດ້ທາງດ້ານການເງິນຫຼຸດໜ້ອຍ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການເຂົ້າເຖິງການບໍລິການດ້ານສຸຂະພາບ , ການສຶກສາ ແລະ ຄ່າໃຊ້ຈ່າຍທີ່ເພີ້ມຂຶ້ນໃນການດໍາລົງຊີວິດປະຈໍາວັນ .
ຈຸດປະສົງຂອງກິດຈະກໍາເພື່ອຕອບສະໜອງ ແລະ ສົ່ງເສີມນະໂຍບາຍຂອງລັດຖະບານເວົ້າລວມ,ເວົ້າສະເພາະແມ່ນແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາເພື່ອເຮັດໃຫ້ສໍາເລັດເປົ້າໝາຍເພື່ອທຸກຄົນ ໂດຍຮັບປະກັນໃຫ້ນັກຮຽນຢູ່ໃນໂຮງຮຽນມີສຸຂະພາບແຂງແຮງ ແລະ ມີພາວະໂພຊະນາການທີ່ດີ . ເພື່ອສະໜັບສະໜູນນັກຮຽນໃຫ້ໄດ້ມີໂອກາດຮຽນຮູ້ ແລະ ໃຫ້ຄູ-ອາຈານໄດ້ມີຄວາມສາມາດໃນການດໍາເນີນກິດຈະກໍາ ໂດຍສະເພາະແມ່ນກິດຈະກໍາການປູກຝັງ - ລ້ຽງສັດ ເພື່ອສ້າງລາຍຮັບແລ້ວນໍາມາແຕ່ງອາຫານໃຫ້ນັກຮຽນ ແລະ ຂາຍເປັນສິນຄ້າ , ຄຽງຄູ່ກັນນີ້ທາງມູນນິທິໄດ້ຈັດຕັ້ງປະຕິບັດນະໂຍບາຍກ່ຽວກັບການສຶກສາ ແລະ ກິລາທີ່ມີຄຸນນະພາບ ແລະ ເທົ່າທຽມເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ .
ສໍາລັບພື້ນທີ່ກິດຈະກໍາ ແລະ ກຸ່ມເປົ້າໝາຍປະກອບມີ 02 ເມືອງ ແລະ 03 ໂຮງຮຽນອະນຸບານ-ປະປະຖົມຄື : ເມືອງທ່າແຂກມີໂຮງຮຽນອະນຸບານ-ປະຖົມບ້ານເລົ່າງົວ , ເມືອງໜອງບົກມີໂຮງຮຽນອະນຸບານ - ປະຖົມບ້ານໜອງຜໍາ ແລະ ໂຮງຮຽນອະນຸບານ-ປະຖົມບ້ານໂຄກກ່ອງ . ໃນນີ້,ນັກຮຽນລວມນັບແຕ່ອະນຸບານຈົນຮອດປໍ 5 ມີຈໍານວນທັງໝົດ 687 ຄົນ,ຍິງ 334 ຄົນ , ຈໍານວນຄູສອນທັງໝົດ 25 ຄົນ,ຍິງ 19 ຄົນ , ພົນລະເມືອງ 6,700 ຄົນ , ຍິງ 3,376 ຄົນ , 1,111 ຄອບຄົວ , 1,183 ຫຼັງຄາ . ສ່ວນຮູບແບບການຈັດຕັ້ງປະຕິບັດກິດຈະກໍາແມ່ນການມີສ່ວນຮ່ວມລະຫວ່າງຊຸມຊົນ ແລະ ໂຮງຮຽນ , ສ່ວນມູນນິທິ WORLDS LINK ສະໜອງງົບປະມານໃນການເຮັດກິດຈະກໍາຕ່າງໆຕາມຄວາມເໝາະສົມ , ພ້ອມທັງຕິດຕາມປະເມີນຜົນ , ຊ່ວຍສ້າງຄວາມເຂັ້ມໃນໂຮງຮຽນ ແລະ ຊຸມຊົນໃນການປະຕິບັດກິດຈະກໍາຕ່າງໆຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນຂັ້ນຕ່າງໆເປັນແຕ່ລະໄລຍະ . ນອກຈາກນັ້ນຍັງມີກິດຈະກໍາການເຮັດການກະເສດ , ຖອດຖອນບົກຮຽນລະຫວ່າງໂຮງຮຽນດ້ວຍກັນ , ຈັດກິລາສົ່ງເສີມສຸຂະພາບ - ຄວາມສາມັກຄີລະຫວ່າງໂຮງຮຽນ ແລະ ຊຸມຊົນ , ພ້ອມນັ້ນຍັງໄດ້ສ້າງເງິນທຶນສະສົມຂອງໂຮງຮຽນ ,ຕິດຕາມ,ກວດກາ , ປະເມີນຜົນ , ປະຊຸມ ແລະ ລາຍງານ .
ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມທຸກພາກສ່ວນແມ່ນໄດ້ມີການປະກອບຄໍາຄິດເຫັນແລກປ່ຽນດ້ານອ່ອນ , ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເພື່ອຊອກາວິທີແກ້ໄຂໃນຕໍ່ໜ້າໂດຍສະເພາະກິດຈະກໍາທີ່ສືບຕໍ່ໃນສົກຮຽນ 2024 – 2025 ທີ່ຈະມາເຖິງ .
ສໍາລັບແຜນການຈັດຕັ້ງປະຕິບັດກິດຈະກໍາໃນຕໍ່ໜ້າແມ່ນສະໜອງທຶນແຕ່ງອາຫານໃຫ້ນັກຮຽນ , ສະໜອງທຶນເຮັດການກະເສດ , ຖອດຖອນບົກຮຽນລະຫວ່າງໂຮງຮຽນດ້ວຍກັນ , ຈັດກິລາສົ່ງເສີມສຸຂະພາບ - ຄວາມສາມັກຄີລະຫວ່າງໂຮງຮຽນ ແລະ ຊຸມຊົນ , ພ້ອມນັ້ນຍັງໄດ້ສ້າງເງິນທຶນສະສົມຂອງໂຮງຮຽນ ,ຕິດຕາມ,ກວດກາ , ປະເມີນຜົນ , ປະຊຸມ ແລະ ລາຍງານ . ການດໍາເນີນກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນໂດຍໄດ້ຮັບການສະໜັບສະໜູນທຶນຈາກ ມູນນິທິ MURAKAMI (ມູຣາກາມິ ) ແຫ່ງປະເທດຢີ່ປຸ່ນ . ສໍາລັບງົບປະມານທັງໝົດຈໍານວນ 16,000 ໂດລາສະຫະລັດ ແມ່ນໄດ້ຖືນໍາໃຊ້ຕາມແຜນກິດຈະກໍາທີ່ວາງໄວ້ ຫຼື ກໍານົດໄວ້ໃນສັນຍາຮ່ວມມືລະຫວ່າງມູນນິທິ WORLDS LINK ແລະ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ .

 1  2  3
 4  5  7


#https://www.khammouanenews.com/ #medialaos #ຂ່າວແຂວງຄໍາມ່ວນ
ພາບ : ສຸກຕາ ແສງສຸລິວົງ