ແຂວງຄໍາມ່ວນ ໄດ້ຈັດພິທີໄຂສົກຮຽນໃໝ່ 2024-2025 ຢ່າງເປັນທາງການ ໃນວັນທີ 2 ກັນຍາ 2024 ທີ່ສະໂມສອນໃຫຍ່ ໂຮງຮຽນ ມ.ປາຍ ທ່າແຂກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະ, ບັນດາຜູ້ບໍລິຫານການສຶກສາ, ພະນັກງານ ຄູອາຈານ ຕະຫຼອດຮອດນ້ອງນັກຮຽນ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານການກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2024-2025 ເປັນຕົ້ນແມ່ນໄລຍະການຫ້າງຫາກະກຽມໄຂສົກຮຽນໃໝ່ ກໍຄື ສະພາບປັດຈຸບັນ ມີທັງສິ່ງອໍານວຍຄວາມສະດວກ ແລະ ສະພາບຄວາມຫຍຸ້ງຍາກ, ໃນສົກຮຽນ 2023-2024 ຜ່ານມາ ທົ່ວແຂວຄໍາມ່ວນ ມີນັກຮຽນສາຍສາມັນສຶກສາໂຈະການຮຽນ ແລະ ອອກໂຮງຮຽນກາງປີ ຊັ້ນປະຖົມສຶກສາ ຈໍານວນທັງໝົດ 798 ຄົນ, ຍິງ 311 ຄົນ ແລະ ຊັ້ນມັດທະຍົມສຶກສາ ຈໍານວນທັງໝົດມີ 1771 ຄົນ, ຍິງ 811 ຄົນ. ສະນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງໄດ້ລົງຕິດຕາມ ຊຸກຍູ້ປຸກລະດົມຂົນຂວາຍ ນັກຮຽນໃຫ້ກັບເຂົ້າມາຮຽນຄືນໃນສົກຮຽນ 2024-2025.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄໍາເຫັນຊີ້ນໍາ ໂດຍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຈົ່ງເພີ້ມທະວີຄວາມຮັບຜິດຊອບຕໍ່ໜ້າວຽກຂອງຕົນ ໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂື້ນ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ບັນດາຄູອາຈານ ຈົ່ງເອົາໃຈ ໃສ່ໃນການສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນໃຫ້ມີຄຸນນະພາບ, ຮຽນຮູ້ນໍາໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານປະກອບການສອນ, ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນເຖິງຄວາມສໍາຄັນຂອງການສຶກສາ. ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົ່ງຕັ້ງໃຈສຶກສາຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂື້ນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງ ຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ ເປັນພົນລະເມືອງດີຂອງປະເທດຊາດ.
![]() |
![]() |
![]() |
![]() |
![]() |
![]() |
ໂດຍ: ສຸກຕາ ແສງສຸລິວົງ